About Us

About us

Welcome to Green World

ບໍລິສັດທ່ອງທ່ຽວກຣີນເວີຄອນເນັກ ຈຳກັດຜູ້ດຽວ

ພວກເຮົາສ້າງຕັ້ງຂື້ນໃນ2017 ເຊີ່ງໄດ້ຂື້ນທະບຽນວິສະຫະກິດເປັນທາງການກັບກະຊວງອຸດຫະກຳການຄ້າ ແລະ ໄດ້ຮັບການອະນຸຍາດເຄື່ອງໄຫວຈາກກະຊວງທະແຫຼງຂ່າວວັດທະນະທຳແລະທ່ອງທ່ຽວ ເພື່ອເຄື່ອນໄຫວກິດຈະການທັງພາຍໃນແລະຕ່າງປະເທດ

ພວກເຮົາໃຫ້ການບໍລິການ ການນຳທ່ອງທ່ຽວແບບຄົບວົງຈອນ (ການນຳທ່ຽວຕ່າງສະຖານທີ່ທ່ອງທ່ຽວຕ່າງພາຍໃນປະເທດ ທີ່ຕິດພັນກັບການສົ່ງເສີມການອຸນຸລັກວັດຖະນະທຳ ແລະ ທຳມະຊາດ-ສິ່ງເວດລ້ອມ ແລະ ກຳສີກຳ, ການຈອງລົດ, ການຈອງທີ່ພັກ, ແລະ ອື່ນໆທີ່ກຽວຂ້ອງກັບຂະແໜງການທ່ອງທ່ຽວ...)

ພວກເຮົາມີຄວາມມຸ້ງຫັວງວ່າຈະເຊື່ອມໂຍມກັບບໍລິລັດທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເພື່ອຮ່ວມມືເພື່ອພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ມີຄວາມຢືນຍົງ ແລະ ເປັນການປັບປຸງຄຸນນະພາບຊີວີດຂອງຊຸມຊົນໃຫ້ດີຂື້ນ

ປະຈຸບັນພວກເຮົາໄດ້ສົ່ງເສີມການທ່ອງທ່ຽວທີ່ຕິດພັນກັບທຳມະຊາດ ແລະ ການມີສ່ວນຮ່ວມຂອງຊຸມຊົນ ເພື່ອເປັນການອະນຸລັກວິຖີຊີວິດຂອງຊຸ່ມຊົນ, ວັດຖະນະທຳ ແລະ ສິ່ງແວດລ້ອມ ເຊີ່ງໄດ້ຈັດຕັ້ງປະຕິບັດທີ່ ເມືອງເຟືອງ, ວັງວຽງ, ຫຼວງພະບາງ ແລະ ແຂວງຈຳປາສັກ (ເມືອງປາກຊ່ອງ) ທີ່ມີທ່າແຮງອັນອຸດົມສົມບູນໄປດ້ວຍທຳມະຊາດທີ່ສົດຊື່ນ ປາດສະຈາກມົນລະພິດທາງອາກາດ ເພາະເປັນພື້ນທີ່ຂອງພູໄຟເກົ່າ ທີ່ມີຄວາມສູງເນື້ອຈາກລະດັບນ້ຳທະເລປະມານ 1200 ຫາ 1300ເມັດ, ແລະ ມີຄວາມສະດວກໃນການເອື້ອອຳນວຍໃຫ້ແກ່ການປູກກາເຟທີ່ມີຄຸນນະພາບສູງ.... ແລະເປັນພື້ນທີ່ ທີ່ເໝາະສົມກັບການພັກຜ່ອນໄລຍະສັ້ນ ແລະ ໄລຍະຍາວ ເພື່ອເປັນການຝື້ນຟູສຸກຂະພາບຮ່າງກາຍ ແລະ ຈິດໃຈ ເປັນຢ່າງດີເລີດ....

Search Vehicle

Do You Want To Earn With Us? So Don't Be Late.

Become A Driver